ກອງປະຊຸມຝຶກອົບຮົມກ່ຽວກັບການຈັດການຮຽນ-ການສອນແບບເອເລັກໂຕຣນິກ (E- learning )
![](https://flp.nuol.edu.la/wp-content/uploads/2023/12/snapedit_1702279675723.png)
ວັນທີ 11-13 ທັນວາ 2023 ທີ່ຄະນະນິິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການຈັດການຮຽນ-ການສອນແບບເອເລັກໂຕຣນິກ (E- learning ) ເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ,ມີບັນດາທ່ານ ຮອງຄະນະບໍດີ ,ຫົວໜ້າພາກວິຊາ,ຫົວໜ້າພະແນກ,ພະນັກງານ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ເພື່ອ ເຮັດໃຫ້ພະນັກງານຄູອາຈານ ເຂົ້າໃຈເຖີງການນໍາໃຊ້ໂປຣແກຣມການຮຽນການສອນ ແລະ ມີຄວາມສຳນີ້ສຳນານຫລາຍຂື້ນ ນອກຈາກນັ້ນໃນກອງປະຊຸມຍັງໄດ້ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງການຮຽນການສອນແບບເອເລັກໂຕຣນິກສຳຫລັບລາຍວິຊາລາວສຶກສາ 02 ລວມທັງຂໍ້້ສະດວກ,ຂໍ້ຫຍຸງຍາກ ,ຂໍ້ສະເໜີ ໂດຍ ອາຈານ ສີພອນ ວົງຫາລາດ, ໄດ້ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງການຮຽນການສອນແບບເອເລັກໂຕຣນິກສຳຫລັບລາຍວິຊາຈິດຕະວິທະຍາ ລວມທັງຂໍ້້ສະດວກ,ຂໍ້ຫຍຸງຍາກ ໂດຍ ອາຈານ ສຸພາພັກ ຈິດຕະບຸບຜາ , ໄດ້ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງການຮຽນການສອນແບບເອເລັກໂຕຣນິກສຳຫລັບລາຍວິຊາການເມືອງ ລວມທັງຂໍ້້ສະດວກ,ຂໍ້ຫຍຸງຍາກ , ໂດຍ ອາຈານ ສົມພອນ ແສງອາໄພ ,ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງການຮຽນການສອນແບບເອເລັກໂຕຣນິກສຳຫລັບລາຍວິຊາລາວສຶກສາ01 ລວມທັງຂໍ້້ສະດວກ,ຂໍ້ຫຍຸງຍາກ ໂດຍ ອາຈານ ຈັນສຸກ ຫວານແພງພັນ , ແນະນໍາຂັື້ນຕອນໃນການສະເໜີຈັດຕັື້ງການຮຽການສອນແບບເອເລັກໂຕຣນິກສໍາລັບລາຍວິຊາໃດໜຶຶ່ງລວມທັງຂັື້ນຕອນການກະກຽມ ແລະການຈັດຕັື້ງປະຕິບັດຕົວຈິງກ່ຽວກັບເນ ື້ອໃນ, ວິທີການສິດສອນ ແລະການປະເມີນຜົນ. ໂດຍ ອາຈານ ອາຈານ ສີລິພອນ ລາວວຽງວົງ ຈາກຫ້ອງການ IT ມຊ, ລະບົບການຈັດການຮຽນຮ ຸ້ (Learning Management System) ການສອນແບບເອເລັກໂຕນິກ ຫ E-Learning ເວບໄຊ ແລະ ເຄ ຶ່ອງມ ສໍາລັບການຈັດການຮຽນ-ການສອນ ອຈ. ປທ. ແກຸ້ວມະນີ ມາກວິໄລ
![](https://flp.nuol.edu.la/wp-content/uploads/2023/12/snapedit_1702279675723-1-1024x768.png)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-11-at-1.44.14-PM-1024x478.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-11-at-1.44.15-PM-1024x478.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-11-at-9.51.58-AM-1024x768.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-11-at-9.53.16-AM-1-1024x768.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-11-at-9.53.16-AM-1024x768.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-11-at-9.53.17-AM-1024x768.jpeg)
![](https://flp.nuol.edu.la/wp-content/uploads/2023/12/WhatsApp-Image-2023-12-11-at-9.53.18-AM-1024x768.jpeg)