ສະເຫລີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
![](https://flp.nuol.edu.la/wp-content/uploads/2024/06/Coverweb-1.jpeg)
ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໂດຍສົມທົບກັບ 3 ອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຈັດພິທີສະເຫຼີມ ສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2024 ເຊິ່ງພິທີໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 31 ພຶດສະພາ 2024 ໂດຍການເປັນປະທານຂອງທ່ານ ອຈ.ປທ ທັດສະນາລອນ ສີສຸນ໌ນ ຮອງຄະນະບໍດີ ຄະນະນິິສາດ ແລະ ລັດຖະສາດ ມຊ , ມີຮອງຄະນະບໍດີ, ຫົວໜ້າພາກວິຊາ, ຫົວໜ້າພະແນກ ພະນັກງານຄູ-ອາຈານ,ນັກສຶກສາ ແລະ ລູກຫຼານ ຂອງພະນັກງານຄະນະນິຕິສາດ ແລະ ລັດຖະສາດ ມຊ
ໃນໂອກາດກ່າວເປີດພິທີ ທ່ານ ອຈ.ປທ ທັດສະນາລອນ ສີສຸນ໌ນ ຮອງຄະນະບໍດີ ໄດ້ກ່າວເປີດພິທີຢ່າງເປັນທາງການ ແລະໃຫ້ຄຳໂອວາດຕັກເຕຶືອນຫຼານນ້ອຍ ທ່ານໄດ້ຍົກໃຫ້ເຫັນພາລະບົດບາດ, ຄວາມໝາຍສຳຄັນຂອງວັນເດັກນ້ອຍສາກົນ ເນື່ອງໃນໂອກາດວັນເດັກສາກົນ ວັນທີ 01 ມິຖຸນາ 2024. ນອກຈາກນັ້ນ, ທ່ານຍັງໄດ້ ແຈກເຂົ້າໜົມ, ຂອງລາງວັນໃຫ້ເດັກ.
ໃນການຈັດຕັ້ງພິທີສະເຫຼີມສະຫຼອງ ໄດ້ເປັນກິດຈະກຳໜຶ່ງ ໃຫ້ພະນັກງານ-ຄູອາຈານ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບຮູ້ ແລະ ເຕົ້າໂຮມກັນ ເພື່ອເປັນການສົ່ງເສີມສິດທິເດັກ ທີ່ເປັນໜໍ່ ແໜງແຫ່ງຊີວິດໃນວັນນີ້ ເພື່ອກ້າວເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ ແລະ ເປັນການປະກອບສ່ວນຢາງຕັ້ງໜ້າ,ພ້ອມທັງສ້າງຂະບວນການຕ້ອນຮັບກອງປະຊຸມໃຫ່ຍຂອງຄະນະພັກຮາກຖານ ຄນລ ຄັ້ງທີ 5 ທີ່ຈະຈັດຂື້ນ , ພິທີ ສະເຫຼີມ ສະຫຼອງໄດ້ສຳເລັດລົງດ້ວຍບັນຍາກາດອັນຄຶກຄື້ນ ແລະ ເບີກບານມ່ວນຊື່ນ,
![](https://flp.nuol.edu.la/wp-content/uploads/2024/06/Coverweb-1024x768.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-3.34.57-PM-1-1024x768.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-3.44.03-PM-1024x576.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-3.44.14-PM-768x1024.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-3.44.18-PM-1006x1024.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-06-04-at-10.53.47-AM-1024x461.jpeg)