ກອງປະຊຸມທາບທາມບຸກຄະລາກອນລົງສະໝັກເລືອກຕັ້ງເປັນຄະນະພັກຮາກຖານ ຄນລ ຮອບທີ 1
![](https://flp.nuol.edu.la/wp-content/uploads/2024/06/Coverfkp2024.jpeg)
ໃນຕອນເຊົ້າວັນທີ 31 ພຶດສະພາ 2024, ຄະນະນິຕິສາດ ແລະ ລັດຖະສາດ(ຄນລ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນລົງສະໝັກເລືອກຕັ້ງເປັນຄະນະພັກຮາກຖານ ຄນລ ຮອບທີ 1 ຈັດຂຶ້ນທີ່ຫ້ອງປະຊຸມ L1 ຄນລ. ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ ,ມີບັນດາສະຫາຍຄະນະພັກຮາກຖານ,ເລຂາໜ່ວຍພັກ,ຮອງເລຂາໜ່ວຍພັກ,ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທຸກສະຫາຍເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງຜ່ານບົດສະຫຼຸບລາຍງານການເມືອງ ແລະ ບົດສຳຫລວດຂອງຄະນະພັກຮາກຖານ ໂດຍ ສະຫາຍ ປອ ສົມເດດ ແກ້ວວົງສັກ ປະທານກວດກາພັກຮາກຖານ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ
ໃນໂອກາດດັ່ງກ່າວ ທ່ານ ຮສ.ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ ໄດ້ໂອ້ລົມ ຕໍ່ພິທີ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ບັນດາພະນັກງານ, ຄູ-ອາຈານທີ່ໄດ້ຖຸ່ມເທສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາ ຄນລ ກໍຄື ມຊ ເວົ້າລວມ; ເວົ້າສະເພາະແມ່ນໄດ້ເອົາໃຈໃສ່ພັດທະນາເຄື່ອງມືການສິດສອນໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ຢ່າງມີຄວາມຮັບຜິດຊອບສູງຕະຫຼອດໄລຍະເວລາຜ່ານມາ. ພ້ອມນັ້ນ, ທ່ານຍັງໄດ້ກ່າວເນັ້ນໃຫ້ ຜູ້ທີ່ໄດ້ຮັບຄັດເລືອກຕັ້ງເປັນຄະນະພັກຮາກຖານ ຮອບທີ 1 ,ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ໃນພິທີດັ່ງກ່າວ ທ່ານ ນາງ ທອງລວນ ຂາວສະອາດ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍລະບຽບຂອງການລົງສະໝັກເລືອກຕັ້ງເປັນຄະນະພັກຮາກຖານ ຄນລ ຮອບທີ 1
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-8.55.03-AM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-8.55.07-AM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-8.55.09-AM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-8.55.11-AM-1-1024x461.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-10.29.35-AM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2024/06/WhatsApp-Image-2024-05-31-at-11.22.34-AM-1-1024x576.jpeg)