ອາຈານ ແລະ ນັກສຶກສາ ຄນລ ເຂົ້າຮ່ວມກອງປະຊຸມ ຈຳລອງອາຊຽນ ຄັ້ງທີ່ 5 ຢູ່ທີ່ ມະຫາວິທະຍາໄລຈຸລາລົງກອນ ປະເທດໄທ
![](https://flp.nuol.edu.la/wp-content/uploads/2019/10/editor-9.jpg)
ໃນວັນທີ 4 – 9 / 07 / 2019 ,ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ,ຕ່າງໜ້າ ສປປລາວ ໄດ້ເຂົ້າຮ່ວມກອງປະຊຸມ ຈຳລອງອາຊຽນ ຄັ້ງທີ່ 5 ຢູ່ທີ່ ມະຫາວິທະຍາໄລຈຸລາລົງກອນ ປະເທດໄທ,ນຳພາໂດຍ ທ່ານ ປທ ນ. ຄອນສະຫວັນ ວົງວັນນະໄຊ ອາຈານສອນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມີນັກສຶກສາທີ່ເຂົ້າຮ່ວມກອງປະຊຸມ ຈຳລອງອາຊຽນ ຄັ້ງນີ້ ມີ ນ. ຄະນິດຖາ ວັນນະລາດ ນັກສຶກສາປີ 3 ຄະນະນິຕິສາດ ແລະ ລັດຖະສາດ ມຊ, ນ.ຈັນທະກອນ ແກ້ວໂພນທອງ ນັກສຶກສາປີ 3 ຄະນະນິຕິສາດ ແລະ ລັດຖະສາດ ມຊ, ນ. ຈິນດາຫວັນ ສິລິໂພຄໍາ ນັກສຶກສາປີ 3 ຄະນະນິຕິສາດ ແລະ ລັດຖະສາດ ມຊ, ນ. ສຸພາວະດີ ສຸມຸນທອງ ນັກສຶກສາປີ 3 ຄະນະນິຕິສາດ ແລະ ລັດຖະສາດ ມຊ
![](https://flp.nuol.edu.la/wp-content/uploads/2019/10/46-1024x581.png)
![](https://flp.nuol.edu.la/wp-content/uploads/2019/10/47-1024x581.png)