ພິທີສະຫຼຸບສົກຮຽນ 2017-2018 ແລະ ເປີດສົກຮຽນໃໝ່ ຫຼັກສູດປະລິນຍາໂທນິຕິສາດ ຮຸ່ນທີ X ແລະ ປະລິນຍາໂທ ສາຂາ ກົດໝາຍທຸລະກິດ ຮຸ່ນທີ IVສົກຮຽນ 2018-2019, ຄນລ ,ວັນທີ 13 ພຶດສະພາ2019
ການຝຶກອົບຮົມກ່ຽວກັບການນຳໃຊ້ຂັ້ນຕອນ PDCA ເຂົ້າໃນການຂຽນບົດລາຍງານການປະເມີນຫລັກສູດຕາມມາດຕະຖານຂອງເຄືອຂ່າຍມະຫາວິທະຍາໄລອາຊຽນໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດຄັ້ງວັນທີ 14 – 16 ພຶດສະພາ 2019 ທີ່ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ
ຕອນບ່າຍວັນທີ 26 ເມສາ 2019 ນີ້, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂຶ້ນ ທີ່ຫ້ອງປະຊຸມ ຊັ້ນສາມ L1 ຕຶກອາເນກປະສົງ, ໂດຍການເປັນປະທານຂອງ ສະຫາຍ ຮສ. ປທ. ວຽງວິໄລ ທ່ຽງຈັນໄຊ ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສະຫາຍ ສີສຸພັນ ພົມມະວົງ ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາ ແລະ ກິລາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ມີເລຂາ-ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມຈາກ15 ຮາກຖານອ້ອມຂ້າງມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າໜ່ວຍ-ຮອງໜ່ວຍ, …
ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກພາກວິຊາລັດຖະສາດ ແລະ ພາກວິຊາພົວພັນສາກົນ ສໍາເລັດລົງຢ່າງຈົບງາມໃນວັນທີ 03 ເມສາ 2019, ເວລາ 13.30ໂມງ, ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກພາກວິຊາລັດຖະສາດ ແລະ ພາກວິຊາພົວພັນສາກົນ ໄດ້ຖືກໄຂຂຶ້ນຢ່າງເປັນທາງການ ເຊິ່ງປະກອບມີຄະນະພັກຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ, ບັນດາຜູ້ຕາງໜ້າເລຂາໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງຂອງໜ່ວຍພັກພາກວິຊາລັດຖະສາດແລະພາກວິຊາພົວພັນສາກົນເຂົ້້າຮ່ວມຢ່າງພ້ອມພຽງຮຽງໜ້າ. ກອງປະຊຸມດັ່ງກ່າວ ແມ່ນຖືກຈັດຂຶ້ນໃນທຸກໆ 5 ປີ ເພື່ອລົງຄະແນນສຽງເລືອກຕັ້ງຄະນະບໍລິຫານງານໜ່ວຍພັກພາກວິຊາລັດຖະສາດ ແລະ ພາກວິຊາພົວພັນສາກົນ ຊຸດທີ 2 ໂດຍມີສະມາຊິກພາຍໃນໜ່ວຍທັງໝົດ 23 ສະຫາຍ ລົງຄະແນນສຽງ ໂດຍການເປັນສັກຂີພະຍານຂອງບັນດາຄະນະພັກຮາກຖານ ຄນລ …
ໃນວັນທີ 28 – 30 ມີນາ 2019 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ,ພາກວິຊາກົດໝາຍອາຍາໄດ້ຈັດກອງປະຊຸມສຳມະນາທາງວິຊາການຂອງພາກຂື້ນໂດຍການເປັນປະທານ ຂອງ ທ່ານ ຮສ ປທ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ ຝ່າຍວິຊາການ,ໃນກອງປະຊຸມຄັ້ງນີ້ໄດ້ຈັດຂື້ນຢູ່ທີ່ ທ່າລາດ,ເມືອງແກ້ວອຸດົມ,ແຂວງວຽງຈັນ.
ວັນທີ 20 ມີນາ 2019ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ ຕ້ອນຮັບຄະນະຜູ້ແທນ ຈາກຄະນະນິຕິສາດ ມະຫາວິທະຍາໄລ ຣາຊະພັດ ມະຫາສາລາຄາມ ປະເທດໄທເຊິ່ງການຢ້ຽມຢາມຄັ້ງນີ້ ແມ່ນທັງສອງຄະນະວິຊາ ໄດ້ແລກປ່ຽນວິຊາການ ແລະ ສານຕໍ່ການຮ່ວມມື ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງ ໆ ໃຫ້ເປັນຮູບປະທຳ ພ້ອມທັງຮັດແຫນ້ນສາຍພົວພັນຂອງສອງຄະນະວິຊາ. ຂໍ້ມູນຈາກ : FLP International Cooperations & Activities
ວັນທີ 26 ກຸມພາ 2019 ຢູ່ທີ່ຕຶກອາເນກປະສົງຫ້ອງປະຊຸມຊັ້ນ 3 ຫ້ອງ L1 ໄດ້ມີການສຳມະນາແລກປ່ຽນວິຊາການ ໃນຫົວຂໍ້: ກົດຫມາຍແພ່ງ ລະຫວ່າງ ຄູ-ອາຈານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ [ມຊ] ແລະ ຄະນະນິຕິສາດ-ມະຫາວິທະຍາໄລເຄໂອ, ປະເທດຍີ່ປຸ່ນAcademic Exchange of Civil Law between FLP & KLSSupported by Project LAO/031ຂໍ້ມູນຈາກ : FLP International Cooperations & Activities
ພາກວິຊາພົວພັນສາກົນຈັດບັນຍາຍພິເສດກ່ຽວກັບການແກ້ໄຂຂໍ້ຂັດແຍ້ງສາກົນວັນທີ 26 ມີນາ 2019, ພາກວິຊາພົວພັນສາກົນໄດ້ຈັດບັນຍາຍພິເສດ ໃນຫົວຂໍ້ແນວທາງການຕ່າງປະເທດຂອງ ສປປ ລາວ ໃນການລະງັບຂໍ້ພິພາດໂດຍສັນຕິວິທີ ໂດຍແມ່ນ ທ່ານ ໄຊຍະການ ສີສຸວົງ, ອະດີດເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານະຈັກອັງກິດ, ອະດີດຮອງເລຂາທິການອາຊຽນຄົນທຳອິດຂອງ ສປປ ລາວ ໄດ້ໃຫ້ກຽດມາເປັນວິທະຍາກອນໃນຄັ້ງນີ້. ໃນງານ, ທ່ານ ອາຈານ ບຸນຄົງ ເພັດດາວຮຸ່ງ ຫົວໜ້າພາກວິຊາພົວພັນສາກົນ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ຂອບໃຈມາຍັງທ່ານເອກອັກຄະລັດຖະທູດ ທີ່ໄດ້ສະຫຼະເວລາອັນມີຄ່າເພື່ອມາບັນຍາຍໃນຄັ້ງນີ້ ໂດຍສະເພາະໃຫ້ແກ່ນັກສຶກສາ ປີ 3 ພາກວິຊາພົວພັນສາກົນໃນລາຍວິຊາການແກ້ໄຂຂໍ້ຂັດແຍ້ງສາກົນ (ມີນັກສຶກສາປີ 2 ຈໍານວນໜຶ່ງກໍ່ເຂົ້າຮ່ວມ)ລວມທັງໝົດກວ່າ80ຄົນ. ໃນຊ່ວງທຳອິດ ທ່ານ …
ຕອນບ່າຍວັນທີ 22 ມີນາ 2019, ໜ່ວຍພັກພາກວິຊາກົດໝາຍແພ່ງ,ອາຍາ,ທຸລະກິດ ຄະນະ ນິຕິສາດ ແລະ ລັດຖະສາດມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມໃຫຍ່ຄັ້ງທີII ຂອງຕົນຂຶ້ນທີ່ຫ້ອງປະຊຸມ B 10 ທີ່ຄະນະນິຕິສາດ ແລະ ລັດຖະສາດພາຍໃຕ້ການເປັນປະທານຂອງສະຫາຍ ວຽງວິໄລ ທ່ຽງຈັນໄຊ ຄະນະພັກຮາກຖານ,ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ,ມີຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ມີໜ່ວຍພັກຮາກຖານອ້ອມຂ້າງຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າໜ່ວຍ, ຮອງໜ່ວຍ, ຫົວໜ້າຈຸ, ຮອງຈຸພ້ອມດ້ວຍບັນດາສະມາຊິກພັກຈາກ 2 ໜ່ວຍ ທົ່ວຮາກຖານຄະນະນິຕິສາດ ແລະ ລັດຖະສາດເຂົ້າຮ່ວມ. ໃນພິທີສະຫາຍ ໄພມະນີ ໄຊວົງສາ ຫົວໜ້າໜ່ວຍພັກພາກວິຊາກົດໝາຍແພ່ງ,ອາຍາ,ທຸລະກິດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານການເຄື່ອນໄຫວໜ່ວຍພັກພາກວິຊາກົດໝາຍແພ່ງ,ອາຍາ,ທຸລະກິດ ຕົນໃນໄລຍະຜ່ານມາແລະຜ່ານທິດທາງແຜນການໃນຕໍ່ໜ້າ.ຈາກນັ້ນໃນທີ່ປະຊຸມໄດ້ມີການປ່ອນບັດ-ຄັດເລືອກເອົາຄະນະບໍລິຫານງານໜ່ວຍພັກພາກວິຊາກົດໝາຍແພ່ງ,ອາຍາ,ທຸລະກິດ …
ຄະນະນິຕິສາດ ແລະ ລັດຖະສາດ,ນັກສຶກສາທັງ 5 ພາກວິຊາ ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດ ກອງປະຊຸມອາເຊັມ ຄັ້ງທີ 12 ,ການສະເຫຼີມສະຫຼອງວັນອາເຊັມຄົບຮອບ 23 ປີ ແລະ ວຽກງານການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ຄັ້ງວັນທີ 13 ມີນາ 2019 ທີ່ ຕຶກອາຄານອາເນກປະສົງ ຊັ້ນ 3 ຫ້ອງປະຊຸມ L1 ທີ່ ຄະນະນິຕິສາດ ແລະ ລັດຖະສາດ,ຈັດໂດຍ ກະຊວງການຕ່າງປະເທດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ.ປອ.ສົມສີ ຍໍພັນໄຊ,ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,ທ່ານ ທອງຜ່ານ ສະຫວັນເພັດ ,ຮອງລັດຖະມັນຕີກະຊວງການຕ່າງປະເທດ ,ທ່ານ …