ກອງປະຊຸມຝຶກອົບຮົມການບໍລິຫານຫ້ອງການ ແລະ ເຕັກນິກການແຕ່ງເອກະສານທາງການຂອງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໂດຍການເປັນປະທານຂອງທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ,ທ່ານ ຮສ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ, ທ່ານ ອາຈານ ພູວົງ ວິໄລແສງ ຮອງຄະນະບໍດີ ແລະ ທ່ານ ລິຈິນໍ ຫົວໜ້າໂຄງການປະຈຳ ຄນລ
ພິທີສະຫຼຸບສົກຮຽນ 2017-2018 ແລະ ເປີດສົກຮຽນໃໝ່ ຫຼັກສູດປະລິນຍາໂທນິຕິສາດ ຮຸ່ນທີ X ແລະ ປະລິນຍາໂທ ສາຂາ ກົດໝາຍທຸລະກິດ ຮຸ່ນທີ IVສົກຮຽນ 2018-2019, ຄນລ ,ວັນທີ 13 ພຶດສະພາ2019
ການຝຶກອົບຮົມກ່ຽວກັບການນຳໃຊ້ຂັ້ນຕອນ PDCA ເຂົ້າໃນການຂຽນບົດລາຍງານການປະເມີນຫລັກສູດຕາມມາດຕະຖານຂອງເຄືອຂ່າຍມະຫາວິທະຍາໄລອາຊຽນໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດຄັ້ງວັນທີ 14 – 16 ພຶດສະພາ 2019 ທີ່ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ
ຕອນບ່າຍວັນທີ 26 ເມສາ 2019 ນີ້, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂຶ້ນ ທີ່ຫ້ອງປະຊຸມ ຊັ້ນສາມ L1 ຕຶກອາເນກປະສົງ, ໂດຍການເປັນປະທານຂອງ ສະຫາຍ ຮສ. ປທ. ວຽງວິໄລ ທ່ຽງຈັນໄຊ ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສະຫາຍ ສີສຸພັນ ພົມມະວົງ ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາ ແລະ ກິລາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ມີເລຂາ-ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມຈາກ15 ຮາກຖານອ້ອມຂ້າງມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າໜ່ວຍ-ຮອງໜ່ວຍ, …
ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກພາກວິຊາລັດຖະສາດ ແລະ ພາກວິຊາພົວພັນສາກົນ ສໍາເລັດລົງຢ່າງຈົບງາມໃນວັນທີ 03 ເມສາ 2019, ເວລາ 13.30ໂມງ, ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກພາກວິຊາລັດຖະສາດ ແລະ ພາກວິຊາພົວພັນສາກົນ ໄດ້ຖືກໄຂຂຶ້ນຢ່າງເປັນທາງການ ເຊິ່ງປະກອບມີຄະນະພັກຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ, ບັນດາຜູ້ຕາງໜ້າເລຂາໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງຂອງໜ່ວຍພັກພາກວິຊາລັດຖະສາດແລະພາກວິຊາພົວພັນສາກົນເຂົ້້າຮ່ວມຢ່າງພ້ອມພຽງຮຽງໜ້າ. ກອງປະຊຸມດັ່ງກ່າວ ແມ່ນຖືກຈັດຂຶ້ນໃນທຸກໆ 5 ປີ ເພື່ອລົງຄະແນນສຽງເລືອກຕັ້ງຄະນະບໍລິຫານງານໜ່ວຍພັກພາກວິຊາລັດຖະສາດ ແລະ ພາກວິຊາພົວພັນສາກົນ ຊຸດທີ 2 ໂດຍມີສະມາຊິກພາຍໃນໜ່ວຍທັງໝົດ 23 ສະຫາຍ ລົງຄະແນນສຽງ ໂດຍການເປັນສັກຂີພະຍານຂອງບັນດາຄະນະພັກຮາກຖານ ຄນລ …
ໃນຕອນບ່າຍວັນທີ 24 ເມສາ 2019ນີ້, ສະຫະພັນແມ່ຍິງຮາກຖານຄະນະນິຕິສາດ ແລະ ລັດຖະສາດ. ຈັດກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນຂຶ້ນທີ່ຫ້ອງປະຊຸມຊັ້ນ III ຕຶກອາເນກປະສົງ. ໂດຍການເປັນປະທານຂອງສະຫາຍ ຮສ. ປທ ວຽງວິໄລ ທ່ຽງຈັນໄຊ ເລຂາຄະນະພັກ ຮາກຖານຄະນະນິຕິສາດ ແລະ ລັດຖະສາດ,ໃຫ້ກຽດການເຂົ້າຮ່ວມໃນພິທີມີ ສະຫາຍ ປອ ນາງ ພິມໂພ ຫລວງລາດ ຄະນະສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ຮອງປະທານກວດກາສະຫະພັນແມ່ຍິງ ມຊ , ປະທານສະຫະພັນແມ່ຍິງມະຫາວິທະຍາໄລແຫ່ງຊາດ, ມີເລຂາຊາວໜຸ່ມ, ປະທານກໍາມະບານ, ປະທານສະຫະພັນແມ່ຍິງຄະນະນິຕິສາດ ແລະ ລັດຖະສາດ ມຊ, ມີບັນດາຫົວໜ້າໜ່ວຍ, ຫົວໜ້າຈຸແລະສະມາຊິກສະຫະພັນແມ່ຍິງທົ່ວຄະນະນິຕິສາດ ແລະ ລັດຖະສາດເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີສະຫາຍ ນາງ …
ຄູ-ອາຈານ ຄນລ ເຂົ້າຮ່ວມການຝຶກອົບຮົມວິຊາຄູ ທີ່ ຄະນະສຶກສາສາດ ມຊ ໃນລະຫວ່າງວັນທີ 18 ມີນາ – 29 ເມສາ 2019, ຄູ-ອາຈານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ເຂົ້າຝຶກອົບຮົມວິຊາຄູ (12 ໂມດູນ) ທີ່ຄະນະສຶກສາສາດ, ວິທະຍາເຂດດົງໂດກ. ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອຍົກລະດັບວິທີການສິດສອນຂອງຄູ-ອາຈານໃນແຕ່ລະຄະວິຊາໃຫ້ສາມາດຖ່າຍທອດຄວາມຮູ້ ແລະ ສ້າງວິທີການຮຽນໃຫ້ແກ່ນັກສຶກສາໃນລະດັບມະຫາວິທະຍາໄລຢ່າງມີປະສິດທິພາບ. ການຝຶກອົບຮົມຄັ້ງນີ້ມີນັກສໍາມະນາກອນທັງໝົດ 19 ທ່ານ ໃນນັ້ນມາຈາກ ຄະນະນິຕິສາດ ແລະ ລັດຖະສາດ 09 ທ່ານ, ຍິງ 3 ທ່ານ. ຜ່ານການຝຶກອົບຮົມເຫັນໄດ້ວ່ານັກສໍາມະນາກອນມີຄວາມຮູ້ ແລະ ທັກສະການສິດສອນເພີ່ມຂຶ້ນ …
ຄະນະນິຕິສາດ ແລະ ລັດຖະສາດ ຈັດບັນຍາຍພິເສດກ່ຽວກັບ ການແກ້ໄຂຂໍ້ຂັດແຍ້ງຊາຍແດນລາວ-ກໍາປູເຈຍວັນທີ 27 ມີນາ 2019 ທີ່ຜ່ານມາ, ຄະນະນິຕິສາດ ແລະ ລັດຖະສາດ – ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດບັນຍາຍພິເສດ ກ່ຽວກັບ ການແກ້ໄຂຂໍ້ຂັດແຍ້ງຊາຍແດນ ລະຫວ່າງ ສປປ ລາວ ກັບ ຣາຊະອານະຈັກກໍາປູເຈຍ ໂດຍແມ່ນ ທ່ານ ບຸນຍັງ ແກ້ວສະຫວ່າງ ຮອງຫົວໜ້າຫ້ອງການກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ເປັນວິທະຍາກອນຮັບເຊີນ, ໃຫ້ກຽດຂຶ້ນກ່າວຕ້ອນຮັບແຂກແລະເປີດພິທີໂດຍ ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມີຫົວໜ້າ/ຮອງຫົວໜ້າ ພາກວິຊາ …










