ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຈັດພິທີປະຖະກະຖາວັນກຳມະກອນສາກົນ ຄົບຮອບ 139 ປີ

ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຂຶ້ນໃນວັນທີ 29 ເມສາ 2025 ທີ່ຫ້ອງປະຊຸມຕຶກອາເນກປະສົງຊັ້ນ3 ຫ້ອງປະຊຸມL1 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອຈ. ປທ. ທັດສະນາລອນ ສີສຸນ໌ນ ຮອງຄະນະບໍດີ ແລະ ປາຖະກະຖາ ຂອງທ່ານ ສີມູນ ອຸ່ນລາສີ ອະອິດຮອງເລຂາຄະນະພັກ ອະດິດຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ,ມີບັນດາສະມາຊິກກຳມະບານ ພະນັກງານ,ອາຈານ ແລະ ນັກສຶກສາປີ 2 ທັງ 5 ພາກວິຊາເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສີມູນ ອຸ່ນລາສີ ອະອິດຮອງເລຂາຄະນະພັກ ອະດິດຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນໃນແຕ່ລະໄລຍະ, ການເຕີບໃຫຍ່ຂະຫຍາຍຕົວລວມເຖິງບັນດາຜົນງານ, ມູນເຊື້ອຄຸນງາມຄວາມດີຂອງ ກຳມະກອນສາກົນ ກໍຄືຂະບວນການກຳມະກອນລາວ ທີໄດ້ຕັ້ງໜ້າປະກອບສວນເຂົ້າໃນພາລະກິດຕໍ່ສູ້ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນເມື່ອກ່ອນຈົນເຖິງປັດຈຸບັນ. ຈຸດປະສົງ ກໍເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກກຳມະບານ,ກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີຄວາມຮັບຮູ້ ເຂົ້າໃຈກ່ຽວກັບມູນເຊື້ອປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກຳມະກອນສາກົນ ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກຳມະກອນລາວ, ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ສະມາຊິກກຳມະບານ,ກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃຫ້ມີຄວາມບຸກບືນ, ຫ້າວຫັນປະຕິບັດລະບຽບໃນການອອກແຮງງານ, ຕັ້ງໜ້າປະກອບສ່ວນໃນການເຄື່ອນໄຫວວຽກງານກຳມະບານ ທັງເປັນການປຸກລະດົມສ້າງຂະບວນການແຂ່ງຂັນໃນການປະຕິບັດໜ້າທີ່ວິຊາສະເພາະ, ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນການຟົດພື້ນກວ້າງຂວາງ
ນອກຈາກນັ້ນທ່ານຍັັັງໄດ້ກ່າວຕື່ມອີກວ່າ ວັນກໍາມະ ກອນສາກົນ ຊຶ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໄດ້ລຸກຮືຂຶ້ນເພື່ອຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນການຕໍ່ສູ້ຄັ້ງທຳອິດ ແມ່ນຢູ່ປະເທດອັງກິດ ໃນປີ 1764 ເພາະປະເທດອັງກິດໃນເວລານັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກວ່າໝູ່, ໃນເດືອນພະຈິກ ປີ 1884 ຢູ່ເມືອງຫລວງຊິກາໂກ ເປັນຈຸດໃຈກາງອຸດສາຫະກຳ ຂອງປະເທດອາເມລິກາ ຂະບວນກຳມະກອນ ໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸ່ນແຮງ, ຮຽກຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ, ຊາວຜູ້ອອກແຮງງານທຸກທົ່ວໜ້າ ກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນປະເທດອາເມລິກາ ໄດ້ມີການຕໍ່ສູ້ ໂດຍອີງໃສ່ເນື້ອໃນຂອງຖະແຫລງການ ຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມ ການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ ຂອງປະເທດອາເມລິກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງ ເອົາສິດໃນການເຮັດວຽກ ຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ເປີດຂຶ້ນຢູ່ທີ່ນະຄອນຫລວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ, ເອີຣົບ, ອາເມລິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ແມ່ນ ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ ບັນດາປະເທດທຶນນິຍົມ ແລະ ຣັດເຊຍ ໂດຍໂຄ່ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂັວນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ”, ນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.
ຂ່າວ-ພາບ : ສັງຄອນ ນິຍົມຄໍາ