ການມອບ-ຮັບຕຳແໜ່ງພະແນກບໍລິຫານ,ພະແນກຈັດຕັ້ງ ແລະຄຸ້ມຄອງພະນັກງານ


ໃນວັນທີ 5 ມັງກອນ 2020 ຜ່ານມາ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີການມອບ-ຮັບຕຳແໜ່ງພະແນກບໍລິຫານ,ພະແນກຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ໃຫ້ກຽດເປັນປະທານຂອງ ທ່ານ ຮສວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍ ທ່ານ ຫົວໜ້າພາກວິຊາ,ຫົວໜ້າພະແນກ ແລະ ຫົວໜ້າສູນ CLE ເຂົ້າຮ່ວມຢ່າງພ້ອມພຽງ,ຍ້າຍທ່ານ ອາຈານ ບຸນເຖີງ ສີທອນແກ້ວຈຳປາ ຮອງຫົວໜ້າພາກວິຊາກົດໝາຍແພ່ງ ມາ ຮັບຮັບຕຳແໜ່ງຫົວໜ້າພະແນກບໍລິຫານ,ທ່ານ ອາຈານ ນາງທັດສະນາລອນ ສີສຸນ໌ນ ຫົວໜ້າພະແນກຈັດຕັ້ງສັງລວມ ມາຮັບຕຳແໜ່ງຫົວພະແນກຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ແລະນອກຈາກນັ້ນໄດ້ຍ້າຍໜ່ວຍງານຊັບສິນເຄຫະທີ່ຂື້ນກັບພະແນກຈັດຕັ້ງສັງລວມ ມາຂື້ນກັບພະແນກການເງີນ.