ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ ບົດລາຍງານອັດຊ່ອງວ່າງບົດຄົ້ນຄ້ວາວິໄຈຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກຢູ່ໃນ ສປປ ລາວ
![](https://flp.nuol.edu.la/wp-content/uploads/2021/03/156565218_3737970282956352_5160517286219302049_o.jpg)
ວັນທີ 2 ມີນາ 2021 ຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ ບົດລາຍງານອັດຊ່ອງວ່າງບົດຄົ້ນຄ້ວາວິໄຈຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກຢູ່ໃນ ສປປ ລາວ
ສຶກສາກໍລະນີນະໂຍບາຍການຈ້າງງານໃນກຸ່ມຄົນຫຼາກຫຼາຍທາງເພດ ຢູ່ ໃນ ສປປ ລາວ ໂດຍການເປັນປະທານ ຂອງ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີ ຮ່ວມ ເປັນປະທານ ມາດາມ ເຄຕີ້ ຮິດຈເຊີດ – ອໍານວຍການ ອົງການ ອອກສຟາມ ປະຈໍາ ສປປ ລາວ ມີບັນດາ ຄູ-ອາຈານ ພະນັກງານ ແລະ ນັກສຶກສາທັງ 5 ພາກວິຊາເຂົ້າຮ່ວມຢ່າງພ້ອມພຽງ
,ນໍາສະເໜີບົດລາຍງານອັດຊ່ອງວ່າງບົດຄົ້ນຄ້ວາວິໄຈໂດຍ ອຈ ປທ ສຸລິຍັນ ລຸນຈັນທາ ຫົວໜ້າສູນກົດໝາຍເພື່ອປະຊາຊົນ , ຈຸດປະສົງແມ່ນເພື່ອເຜີຍແຜ່ ບົດລາຍງານອັດຊ່ອງວ່າງບົດຄົ້ນຄ້ວາວິໄຈຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກຢູ່ໃນ ສ ປ ປ ລາວ ໃຫ້ແກ່ພາກສ່ວນສະມາຄົມ ແລະ ບໍລິສັດ, ພະນັກງານ ຄູ-ອາຈານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອໃຫ້ຮູ້ກ່ຽວກັບການຈ້າງງານ,ລະບຽບການຕ່າງໆທີ່ມີຜົນກະທົບ, ບັນຫາທີ່ເກີດຂຶ້ນ, ມາດຕະການຄຸ້ມຄອງ ແລະ ປົກປ້ອງ, ບັນດານະໂຍບາຍຕ່າງໆທີ່ສົ່ງຜົນດີ ແລະ ຜົນເສຍ, ບັນດານິຕິກຳຕ່າງທີ່ພັກ-ລັດຖະບານຄວນເອົາໃຈໃສ່ເພື່ອຄຸ້ມຄອງ ໃນກຸ່ມຄົນຫຼາກຫຼາຍທາງເພດ
![](https://flp.nuol.edu.la/wp-content/uploads/2021/03/155866705_3737970496289664_1381489184803687362_o-1024x483.jpg)
![](https://flp.nuol.edu.la/wp-content/uploads/2021/03/156565218_3737970282956352_5160517286219302049_o.jpg)
![](https://flp.nuol.edu.la/wp-content/uploads/2021/03/WhatsApp-Image-2021-03-05-at-11.53.40-AM-1024x768.jpeg)