ຄະນະນິຕິສາດ ແລະ ລັດຖະສາດ (ມຊ)ໄດ້ຈັດກອງປະຊຸມສຳມະນາ ເພື່ອຍົກລະດັບຄວາມເຂັ້ມແຂງທາງວິຊາການໃຫ້ອາຈານສອນພາກວິຊາ ລັດຖະສາດ,ກົດໝາຍແພ່ງ,ກົດໝາຍອາຍາ,ກົດໝາຍທຸລະກິດ ແລະ ການພົວພັນສາກົນ
ໃນວັນທີ 8-10 ພະຈິກ 2023 ນີ້, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມສຳມະນາ ເພື່ອຍົກລະດັບຄວາມເຂັ້ມແຂງທາງວິຊາການໃຫ້ອາຈານສອນພາກວິຊາ ລັດຖະສາດ,ກົດໝາຍແພ່ງ,ກົດໝາຍອາຍາ,ກົດໝາຍທຸລະກິດ ແລະ ການພົວພັນສາກົນ,ທີ່ລີສອດນາປ່າກວາງ,ເມືອງແກ້ວອຸດົມ,ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ອຈ. ປທ. ບຸນຄົງ ເພັດດາວຮຸ່ງ ຮອງຄະນະບໍດີ ຄນລ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ,ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.