ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ຫົວຂໍ້ ກົດລະບຽບບໍລິຫານຄຸ້ມຄອງວຽກງານຫໍສະໝຸດ
![](https://flp.nuol.edu.la/wp-content/uploads/2023/11/libraryflp.png)
ໃນວັນທີ 21 ພະຈິກ 2023 ພະແນກຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໄປແລກປ່ຽນຖອດຖອນບົດຮຽນວຽກງານຫໍສະໝຸດກັບຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ເພື່ອກຽມຄວາມພ້ອມຈັດກອງປະຊຸມຮ່າງລະບຽບບໍລິຫານຄຸ້ມຄອງຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ, ໃນການໄປແລກປ່ຽນຄັ້ງນີ້ນຳພາໂດຍ ທ່ານ ອຈ ເຂີງຄໍາ ສີຫາລາດ ຫົວໜ້າພະແນກຫໍສະໝຸດ ,ຮອງຫົວໜ້າພະແນກຫໍສະໝຸດ ພ້ອມດ້ວຍພະນັກງານວິຊາການຫໍສະໝຸດ ແລະ ພະນັກງານເຂົ້າຮ່ວມ,ໃຫ້ກຽດຕ້ອນຮັບໂດຍທ່ານ ອຈ ນາງ ສີພາ ພົງສະຫັວດ ຜູ້ອຳນວຍການຫໍສະໝຸດກາງ ພ້ອມດ້ວຍ ຄະນະ
ໃນກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ຍັງໄດ້ຮັບຟັງການລາຍງານວຽກງານຫໍສະໝຸດ ແລະ ການນຳສະເໜີ ກົດລະບຽບຄຸ້ມຄອງຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ ໂດຍ ທ່ານ ຮອງອຳນວຍການຫໍສະໝຸດກາງ ໃນກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊີ່ງກັນແລະກັນ ດ້ວຍຄວາມອົບອຸ່ນ ມິດຕະພາບ,ຄວາມສາມັກຄີ ເປັນກັນເອງ ເຊີ່ງໃນກອງປະຊຸມໄດ້ຕົກລົງຮ່ວມມືກັນວຽກງານວິຊາການ ດັ່ງນີ້ : ວຽກງານຝືກອົບຮົມວິເຄາະເລກໝວດໝູ່ປື້ມ,ການນຳໃຊ້ AI ເຂົ້າໃນການເຜີຍແຜ່ຂ່າວສານປະຊາສຳພັນວຽກງານຫໍສະໝຸດ, ການພັດທະນາໂປຣແກຮມບໍລິຫານຈັດການວຽກງານຫໍສະໝຸດເວີຊັນໃໝ່ (7) ,ວຽກງານຝຶກອົບຮົມພື້ນຖານໂຄງລ່າງຫໍສະໝຸດ,ວຽກງານການແລກປ່ຽນບົດຕ່າງປະເທດ,ວຽກງານການພັດທະນາ PMB, Space, Union Catalog ,ການບໍລິການຢືມສົ່ງອອນລາຍ
ໃນກອງປະຊຸມແລກປ່ຽນຖອດຖອນບົດຮຽນຄັ້ງນີ້ຕ້ອງຂໍຂອບໃຈມາຍັງການສະໜັບສະໜູນຈາກໂຄງການລາວ/037.
![](https://flp.nuol.edu.la/wp-content/uploads/2023/11/cover-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/11/libraryflp-1-1024x461.png)
![](https://flp.nuol.edu.la/wp-content/uploads/2023/11/snapedit_1700624919407-1024x461.png)
![](https://flp.nuol.edu.la/wp-content/uploads/2023/11/WhatsApp-Image-2023-11-21-at-9.26.52-AM-1024x471.jpeg)
![](https://flp.nuol.edu.la/wp-content/uploads/2023/11/WhatsApp-Image-2023-11-21-at-9.26.53-AM-1024x471.jpeg)
![](https://flp.nuol.edu.la/wp-content/uploads/2023/11/WhatsApp-Image-2023-11-21-at-12.11.33-PM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/11/WhatsApp-Image-2023-11-21-at-12.11.34-PM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2023/11/WhatsApp-Image-2023-11-21-at-12.11.35-PM-1-1024x461.jpeg)