ກອງປະຊຸມສຳມະນາການຝຶກອົບຮົມວຽກງານຄົ້ນຄ້ວາວິທະຍາສາດ-ວິທິການຄົ້ນຄ້ວາວິທະຍາສາດທາງດ້ານສັງຄົມ ແລະ ກົດໝາຍໃນຮູບແບບຄຸນນະພາບ
![](https://flp.nuol.edu.la/wp-content/uploads/2023/11/snapedit_1701139085484.png)
ໃນວັນທີ 27 ພະຈິກ – 01 ທັນວາ 2023 ນີ້, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມສຳມະນາການຝຶກອົບຮົມວຽກງານຄົ້ນຄ້ວາວິທະຍາສາດ-ວິທິການຄົ້ນຄ້ວາວິທະຍາສາດທາງດ້ານສັງຄົມ ແລະ ກົດໝາຍໃນຮູບແບບຄຸນນະພາບ,ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ,ເມືອງແກ້ວອຸດົມ,ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ,ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
![](https://flp.nuol.edu.la/wp-content/uploads/2023/11/WhatsApp-Image-2023-11-27-at-9.43.04-AM-1024x768.jpeg)
![](https://flp.nuol.edu.la/wp-content/uploads/2023/11/WhatsApp-Image-2023-11-27-at-9.43.05-AM-1-1024x768.jpeg)
![](https://flp.nuol.edu.la/wp-content/uploads/2023/11/WhatsApp-Image-2023-11-27-at-9.43.05-AM-1024x768.jpeg)