ຂະບວນການອອກແຮງງານລວມ ( ວັນເສົາແດງ )
![](https://flp.nuol.edu.la/wp-content/uploads/2024/02/IMG-20240224-WA0011.jpg)
ໃນຕອນເຊົ້າວັນທີ 24 ກຸ່ມພາ 2024 ຄະນະບໍລິຫານງານຊາວຫນຸ່ມປະຊາຊົນປະຕິວັດລາວ ຮາກຖານຄະນະນິຕິສາດ ແລະ ລັດຖະສາດ,ຄະນະບໍລິຫານງານຮາກຖານ ສາມ ອົງການຈັດຕັ້ງມະຫາຊົນ,ຄະນະໜ່ວຍ,ຄະນະຈຸ ສາມອົງການຈັດຕັ້ງມະຫາຊົນ,ສະມາຊິກສາມອົງການຈັດຕັ້ງມະຫາຊົນທີ່ເປັນພະນັກງານຄູ-ອາຈານ ແລະ ນັກສຶກສາທົ່ວຄະນະນິຕິສາດ ແລະ ລັດຖະສາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການອອກແຮງງານຄັ້ງນີ້ ເພື່ອເປັນການສ້າງຂະບວນການອອກແຮງງານ( ວັນເສົາແດງ ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ເຊີ່ງແຕ່ລະພາກສ່ວນໄດ້ຈັດຕັ້ງກັນອານາໄມລວມຕາມຂອບເຂດແບ່ງປັນຂອງຕົນ ແຕ່ລະຕຶກທີ່ຕົນຮັບຜິດຊອບ ແລະ ບໍລິເວນອ້ອມຂ້າງ, ຫລັງຈາກອອກແຮງງານສຳເລັດ ພະນັກງານຄູ-ອາຈານໄດ້ເຂົ້າຮ່ວມກິດຈະກຳຕີບູນສ້າງຄວາມສາມັກຄີ.
![](https://flp.nuol.edu.la/wp-content/uploads/2024/02/IMG-20240224-WA0010-1024x768.jpg)
![](https://flp.nuol.edu.la/wp-content/uploads/2024/02/IMG-20240224-WA0011-1-1024x768.jpg)
![](https://flp.nuol.edu.la/wp-content/uploads/2024/02/IMG-20240224-WA0012-1024x768.jpg)
![](https://flp.nuol.edu.la/wp-content/uploads/2024/02/IMG-20240224-WA0013-1024x768.jpg)
![](https://flp.nuol.edu.la/wp-content/uploads/2024/02/IMG-20240226-WA0058-1024x576.jpg)
![](https://flp.nuol.edu.la/wp-content/uploads/2024/02/IMG-20240226-WA0073-768x1024.jpg)