ສະຫາຍ ສົມເດດ ແກ້ວວົງສັກ ເປັນເລຂາຄະນະພັກຮາກຖານ ຊຸດໃໝ່ ຂອງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ

ໃນວັນທີ 6 ກຸມພາ 2025 ທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມໃຫ່ຍຄະນະພັກຮາກຖານ ຄັ້ງ V ຂື້ນ ໂດຍການເຂົ້າຮ່ວມຂອງສະຫາຍ ຮສ.ປອ ສິນທະວອນ ດາລາວົງ ຮອງເລຂາຄະນະພັກ ມຊ ຮອງອະທິການບໍດີ ມຊ ມີສະຫາຍ ອຈ ປອ ສົມເດດ ແກ້ວວົງສັກ ປະທານກວດກາພັກຮາກຖານ ຄນລ ຮອງຄະນະບໍດີຜູ້ຮັບຜິດຊອບແທນຄະນະບໍດີ ຄນລ ພ້ອມດ້ວຍຄະນະພັກຮາກຖານ,ແຂກຖຶກເຊີນ,ປະທານສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ກອງປະຊຸມໃຫ່ຍຄະນະພັກຮາກຖານ ຄັ້ງ V ໃນຄັ້ງນີ້ ໄດ້ລົງປະຊາມະຕິເປັນເອກະພາບ ຮັບຮອງເອົາຫລາຍບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນ ຄົ້ນຄ້ວາ ແລະ ປະກອບຄໍາເຫັນໃສ່ ຮ່າງບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາລວມຂອງຄະນະພັກຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມຊ ຊຸດເກົ່າ,ກອງປະຊຸມໄດ້ຕິລາຄາດ້ານດີ,ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນໃນການຊີ້ນຳນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍໃນ 5 ປີຜ່ານມາ ພ້ອມດຽວກັນນັ້ນ,ກອງປະຊຸມຍັງໄດ້ລົງປະຊາມະຕິເປັນເອກະສັນກັນ ຮັບຮອງເອົາບົດລາຍງານການເມືອງກອງປະຊຸມຂອງຄະນະພັກຮາກຖານ ຄນລ ແຕ່ປີ 2020-2024
ກອງປະຊຸມບັນດາຜູ້ແທນຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະພັກຮາກຖານຊຸດໃໝ່,ເຊີ່ງຜູ້ມີມາດຖານເງື່ອນໄຂຄົບກຳນົດ ລົງສະໝັກທັງໝົດ 7 ສະຫາຍ ແລະ ເລືອກເອົາ 5 ສະຫາຍ,ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມຊ ໄດ້ເລືອກເອົາຄະນະພັກຮາກຖານຊຸດໃໝ່ 5 ສະຫາຍ ເປັນຍິງ 1 ສະຫາຍ,ໃນນັ້ນ ເປັນເອກະສັນເລືອກເອົາສະຫາຍ ສົມເດດ ແກ້ວວົງສັກ ເປັນເລຂາພັກຮາກຖານ,ສະຫາຍ ນາງ ທັດສະນາລອນ ສີສຸນ໌ນ ເປັນຮອງເລຂາພັກຮາກຖານ ,ສະຫາຍ ສີພາ ຈັນທະວົງ ເປັນປະທານກວດກາ ແລະ 2 ສະຫາຍ ເປັນຄະນະພັກ ຄື 1 ສະຫາຍ ບຸນເຖີງ ສີທອນແກ້ວຈໍາປາ 2 ສະຫາຍ ທອງພູນ ສຸກກະເສນ ຄະນະພັກຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ
ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ຮອງເລຂາຄະນະພັກ ມຊ ຮອງອະທິການບໍດີ ມຊ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາພາຊີ້ນໍາຂອງຄະນະພັກຮາກຖານຄະນະນິຕິສາດ ແລະ ລັດຖະສາດ ມຊ ທີ່ໄດ້ນໍາພາສະມາຊິກພັກປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍກໍ່ຍັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານຊຸດໃໝ່ ຈະຕ້ອງສືບຕໍ່ປັບປຸງ, ແກ້ໄຂຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ຈາກນັ້ນກໍ່ໃຫ້ທິດຊີ້ນຳ ວຽກງານແຕ່ລະດ້ານທີ່ມີລັກສະນະຖືກຕ້ອງສອດຄ່ອງກັບສະພາບປັດຈຸບັນ ແລະ ເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ເປັນຕົ້ນແມ່ນດ້ານແບບແຜນວິທີນໍາພາ, ວິທີການເຮັດວຽກ, ການແບ່ງວຽກງານພາຍໃນໝູ່ຄະນະໃຫ້ຈະແຈ້ງສອດຄ່ອງບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຕິດພັນກັບມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດວາງອອກ.
















