ໃນຕອນບ່າຍວັນທີ 3 ມີນາ 2021 ນີ້, ສະຫະພັນແມ່ຍິງຮາກຖານ ສາມອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ອອກແຮງງານລວມ,ອະນາໄມລວມຕາມຂອບເຂດແບ່ງປັນຂອງ ແຕ່ລະຕຶກທີ່ຕົນເອງຮັບຜິດຊອບ ແລະ ບໍລິເວນອ້ອມຂ້າງພາຍໃນຄະນະ. ໂດຍການກ່າວເປີດຂອງທ່ານ ຮສ ປທ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມຊ, ໃນພິທີມີທ່ານ ນາງ ທັດສະນາລອນ ສີສຸນ໌ນ ປະທານສະຫະພັນແມ່ຍິງ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ, ມີທ່ານ ປທ ບຸນຄົງ ເພັດດາວຮຸ່ງ , ຮອງຄະນະບໍດີ ຄນລ, ມີບັນດຫົວໜ້າພະແນກ ພ້ອມດ້ວຍພະນັກງານ, ຄູ-ອາຈານ …
ວັນທີ 2 ມີນາ 2021 ບໍລິສັດເອັມພາຍການຄ້າຂາອອກ-ຂາເຂົ້າ ຈໍາກັດພຽງຜູ້ດຽວໄດ້ມອບນໍ້າດື່ມຈໍານວນ 30 ແພັກ ໃຫ້ ຄນລ ,ເປັນກຽດມອບໂດຍ ທ່ານ ພັນຕີ ພອນໄຊ ວົງທອງຄໍາ ອະດິດ ນັກສຶກສາ ຄນລ ຕ່າງຫນ້າ ຄນລ ຮັບເອົານໍ້າດື່ມ ເຟດຊີ ໂດຍ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີ ຄນລ ມຊ ,ເພື່ອໃຊ້ເຂົ້າໃນໄລຍະການຊ້ອມຕະຫລອດຮອດການແຂ່ງຂັນກິລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ ສົກສຶກສາ 2020-2021
ໃນຕອນບ່າຍວັນທີ 12 ກຸມພາ 2020 ນີ້, ຄະນະນິຕິສາດ ແລະລັດຖະສາດ(ຄນລ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບຫ້ອງເຝິກອົບຮົມຂຶ້ນທີ່ ຄະນະຂອງຕົນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ແຊມ ເຊເຣນເນີ(Sam Schreiner) ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ທ່ານຜູ້ຕາງໜ້າໂຄງການອົງການລຸກຊຳບວກ, ທ່ານຫົວໜ້າທີ່ປຶກສາໂຄງການພັດທະນາ ລຸກຊຳບວກ ລາວ/031, ມີທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມີບັນດາທ່ານຄະນະບໍດີ, ຮອງຄະນະບໍດີ, ຄະນະບໍລິຫານໂຄງການ, ຫົວໜ້າຫ້ອງການ, ຫົວໜ້າພາກວິຊາ, ຫົວໜ້າພະແນກ …
ວັນທີ 18/7/2019 ພາກວິຊາກົດໝາຍແພ່ງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຂອງພາກຕົນຂື້ນໂດຍເປັນປະທານຂອງ ທ່ານ ປທ ວິໄຊ ສີຫາປັນຢາ ຫົວໜ້າພາກວິຊາກົດໝາຍແພ່ງ,ພ້ອມດ້ວຍພະນັກງານເຂົ້າຮ່ວມພາຍໃນພາກຢ່າງພ້ອມພຽງ,ເຊີ່ງມີ 8 ວຽກຄື 1 ທົບທວນພາລະບົດບາດຂອງອາຈານແຕ່ລະທ່ານ 2. ແຜນກອງປະຊຸມສ້າງແຜນການສອນ 3. ຫລັກສູດໃຫມ່ 4. ບົດສະຫລຸບ 2018-2019 ແຜນການ 2019-2020. ເລືອກຕົວເດັ່ນ 6. ຄາລະວານໄປອັດຕະປື 7. ວຽກການສິດສອນ, ສອບເສັງ, ປ້ອງກັບບົດ ແລະສົ່ງຄະແນນ ທຸກວິຊາບໍ່ໃຫ້ກາຍວັນທີ 15/8/2019. ວຽກງານອື່ນໆ
ໃນວັນທີ 4 – 9 / 07 / 2019 ,ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ,ຕ່າງໜ້າ ສປປລາວ ໄດ້ເຂົ້າຮ່ວມກອງປະຊຸມ ຈຳລອງອາຊຽນ ຄັ້ງທີ່ 5 ຢູ່ທີ່ ມະຫາວິທະຍາໄລຈຸລາລົງກອນ ປະເທດໄທ,ນຳພາໂດຍ ທ່ານ ປທ ນ. ຄອນສະຫວັນ ວົງວັນນະໄຊ ອາຈານສອນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມີນັກສຶກສາທີ່ເຂົ້າຮ່ວມກອງປະຊຸມ ຈຳລອງອາຊຽນ ຄັ້ງນີ້ ມີ ນ. ຄະນິດຖາ ວັນນະລາດ ນັກສຶກສາປີ …
ໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2019 ນີ້, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງພິທີ ປາຖະກະຖາເນື່ອງໃນ 2 ວັນປະຫວັດສາດ ຄື: ເຫດການຜ່າວົງປິດລ້ອມ ຂອງກອງພັນທີ 2 ຄົບຮອບ 60 ປີ (18 ພຶດສະພາ 1959-18 ພຶດສະພາ 2019) ແລະວິລະກຳໂຕນຄຸກ ຢ່າງມະຫັດສະຈັນຂອງ ບັນດາຜູ້ນຳແນວລາວຮັກຊາດ ຄົບຮອບ 59 ປີ ( 24 ພຶດສະພາ 1960- 24 ພຶດສະພາ 2019)ຂຶ້ນທີ່ ຫ້ອງປະຊຸມB10 ໂດຍໃຫ້ກຽດຂຶ້ນປາຖະກະຖາຂອງ ທ່ານ ພຈວ ຄຳຜາງ ກອງຈັນແສງ ຮອງປະທານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຂົ້າຮ່ວມຮັບພິທີມີ: ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ພ້ອມດ້ວຍຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄະນະຕົນເຂົ້າຮ່ວມ.ໃນພິທີ …