ຕອນບ່າຍວັນທີ 22 ມີນາ 2019, ໜ່ວຍພັກພາກວິຊາກົດໝາຍແພ່ງ,ອາຍາ,ທຸລະກິດ ຄະນະ ນິຕິສາດ ແລະ ລັດຖະສາດມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມໃຫຍ່ຄັ້ງທີII ຂອງຕົນຂຶ້ນທີ່ຫ້ອງປະຊຸມ B 10 ທີ່ຄະນະນິຕິສາດ ແລະ ລັດຖະສາດພາຍໃຕ້ການເປັນປະທານຂອງສະຫາຍ ວຽງວິໄລ ທ່ຽງຈັນໄຊ ຄະນະພັກຮາກຖານ,ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ,ມີຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ມີໜ່ວຍພັກຮາກຖານອ້ອມຂ້າງຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າໜ່ວຍ, ຮອງໜ່ວຍ, ຫົວໜ້າຈຸ, ຮອງຈຸພ້ອມດ້ວຍບັນດາສະມາຊິກພັກຈາກ 2 ໜ່ວຍ ທົ່ວຮາກຖານຄະນະນິຕິສາດ ແລະ ລັດຖະສາດເຂົ້າຮ່ວມ. ໃນພິທີສະຫາຍ ໄພມະນີ ໄຊວົງສາ ຫົວໜ້າໜ່ວຍພັກພາກວິຊາກົດໝາຍແພ່ງ,ອາຍາ,ທຸລະກິດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານການເຄື່ອນໄຫວໜ່ວຍພັກພາກວິຊາກົດໝາຍແພ່ງ,ອາຍາ,ທຸລະກິດ ຕົນໃນໄລຍະຜ່ານມາແລະຜ່ານທິດທາງແຜນການໃນຕໍ່ໜ້າ.ຈາກນັ້ນໃນທີ່ປະຊຸມໄດ້ມີການປ່ອນບັດ-ຄັດເລືອກເອົາຄະນະບໍລິຫານງານໜ່ວຍພັກພາກວິຊາກົດໝາຍແພ່ງ,ອາຍາ,ທຸລະກິດ …
ຄະນະນິຕິສາດ ແລະ ລັດຖະສາດ,ນັກສຶກສາທັງ 5 ພາກວິຊາ ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດ ກອງປະຊຸມອາເຊັມ ຄັ້ງທີ 12 ,ການສະເຫຼີມສະຫຼອງວັນອາເຊັມຄົບຮອບ 23 ປີ ແລະ ວຽກງານການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ຄັ້ງວັນທີ 13 ມີນາ 2019 ທີ່ ຕຶກອາຄານອາເນກປະສົງ ຊັ້ນ 3 ຫ້ອງປະຊຸມ L1 ທີ່ ຄະນະນິຕິສາດ ແລະ ລັດຖະສາດ,ຈັດໂດຍ ກະຊວງການຕ່າງປະເທດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ.ປອ.ສົມສີ ຍໍພັນໄຊ,ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,ທ່ານ ທອງຜ່ານ ສະຫວັນເພັດ ,ຮອງລັດຖະມັນຕີກະຊວງການຕ່າງປະເທດ ,ທ່ານ …
ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດ,ກອງປະຊຸມລາຍງານຜົນການລົງເກັບກຳຂໍ້ມູນການປະເມີນຫລັກສູດແລະລາຍງານແຜນການປັບປຸງເນື້ອໃນຫລັກສູດປະລິນຍາຕີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ,ຄັ້ງວັນທີ 12-14 ມີນາ 2019,ທີ່ທ່າລາດ,ແຂວງວຽງຈັນ ແຫລ່ງທີ່ມາຂໍ້ມູນ : ອາຈານ ແກ້ວສາຍຈົງ ສາຍສຸວັນນະວົງ ຮອງຫົວໜ້າພາກວິຊາພົວພັນສາກົນ