ການອອກແຮງງານຕ້ອນຮັບ ວັນຢຶດອຳນາດ 23 ສິງຫາ 1945 – 23 ສິງຫາ 2021
ໃນວັນທີ 6 ສິງຫາ 2021 ຜ່ານມານີ້, ໜ່ວຍພັກພະແນກການ ຄະນະນິຕິສາດ ແລະ ລັດຖະສາດ(ຄນລ) ໄດ້ຈັດກອງປະຊຸມເຊື່ອມຊຶມ, ເຜີຍແຜ່ເອກະສານວຽກງານກວດກາ ຂຶ້ນທີ່ຫ້ອງປະຊຸມ ຜ່ານທາງອອນລາຍ ດ້ວຍ Google Meet ລະບົບເຄືອຂ່າຍອິນເຕີເນັດ ຄນລ , ໂດຍການເປັນປະທານ ແລະໃຫ້ກຽດເຜີຍແຜ່ເອກະສານຂອງ ສະຫາຍ ນາງ. ປທ. ທັດສະນາລອນ ສີສຸນ໌ນ ເລຂາໜ່ວຍພັກພະແນກການ ຄນລ, ມີບັດສະຫາຍຮອງເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງຂອງ ໜ່ວຍພັກ ພະແນກການ ຄນລ ເຂົ້້າຮ່ວມ. ໃນທີ່ປະຊຸມ, ໄດ້ຮັບຟັງການເຜີຍແຜ່ເອກະສານ ຈໍານວນ 3 ສະບັບຄື: 1) …
ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 30 ປີ (15 ສິງຫາ 1991 – 15 ສິງຫາ 2021ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນບ່າຍວັນທີ 06 ສິງຫາ 2021 ປະທານຄະນະບໍລິຫານງານກໍາມະບານຮາກຖານ ຄນລ ສົມທົບ 2 ອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການອອກແຮງງານ ລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ສະມາຊິກຊາວໜຸ່ມ,ສະມາຊິກສະຫະແມ່ຍິງ,ຄູ-ອາຈານ ,ພະນັກງານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມຊ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານຄັ້ງນີ້ …
ເຖິງ : ບັນດາທ່ານຫົວໜ້າພາກວິຊາ,ຫົວໜ້າພະແນກ,ຫົວໜ້າສູນ,ພະນັກງານ-ອາຈານສອນ ແລະ ນັກສຶກສາ ທົ່ວ ຄນລ ເລື່ອງ : ສືບຕໍ່ເປີດການຮຽນ-ການສອນພາກຮຽນທີ 2 ສົກສຶກສາ 2020-2021 (ແບບປົກກະຕິ)
ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2021 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຜ່ານບົດສະຫຼຸບປະຈໍາໄຕມດາ 2 (ເດືອນ 4-6 ) ແລະ ທິດທາງແຜນການປະຈໍາໄຕມາດ 3 (ເດືອນ7-9) ແລະ ຂອງວັນດຽວກັນກໍ່ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກປະຊາຊົນປະຕິບັດລາວ ທີ່ຫ້ອງປະຊຸມໃຫ່ຍຊັ້ນສາມຕຶກອາເນກປະສົງ L1 ດ້ວຍການເປັນປະທານ ແລະ ບັນຍາຍໂດຍ ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ປະທານກວດກາພັກ ມະຫາວິທະຍາໄລແຫ່ງຊາດ,ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມີບັນດາພະນັກງານຄູ-ອາຈານ ສຳມະຊິກພັກ ເຂົ້າຮ່ວມຢ່າງພ້ອມພຽງ