ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີ ທ່ານ ຮສ ປອ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ,ມີບັນດາທ່ານ ຄະນະບໍດີ,ຮອງຄະນະບໍດີ, ຫົວໜ້າຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ,ຫົວໜ້າພາກວິຊາ,ຫົວໜ້າພະແນກ ແລະ ພະນັກງານຄູອາຈານພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ເຂົ້າຮ່ວມຢ່າງພ້ອມພຽງ ໃນພິທີໄດ້ມອບໜ້າທີໃໝ່ ເຊັ່ນ : ທ່ານ ອຈ ປອ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ໄດ້ຮັບໜ້າທີ່ຮັບຜິດຊອບຝ່າຍວິຊາການ ແທນ ທ່ານ ຮສ ບຸນທ່ຽງ ພົມພະຈັນ ຮອງຄະນະບໍດີ ທີ່ ທ່ານໄດ້ຮັບການອຸດໜູນບຳນານ ໂອກາດດັ່ງກ່າວ …
ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 – 20 ກໍລະກົດ 2021ໃຫ້ມີຄວາມໝາຍ ຄວາມສຳຄັນ ດັ່ງນັ້ນ ໃນຕອນບ່າຍວັນທີ 14 ກໍລະກົດ 2021 ສະຫະພັນແມ່ຍິງຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການອອກແຮງງານ ລວມຂື້ນ ມີຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກກຳມະບານ ສະມາຊິກຊາວໜຸ່ມ,ສະມາຊິກສະຫະແມ່ຍິງ,ຄູ-ອາຈານ ແລະ ພະນັກງານ ຄະນະນິຕິສາດ ແລະ ລັດຖະສາດ ມຊ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນເຮັດຄວາມສະອາດອ້ອມພາຍໃນຄະນະ ເປັນຕົ້ນການຕັດຫຍ້າ, ຖາງຫຍ້າ, ອະນາໄມອ້ອມຮອບກຳແພງດ້ານໃນຂອງຄະນະ ທັງນີ້ກໍເພື່ອເຮັດໃຫ້ສະຖານທີ່ພາຍໃນ …