ໃນຕອນບ່າຍຂອງວັນທີ 31 ມີນາ 2021 ທີ່ຄະນະນິຕິສາດ ແລະ ລັດຖະສາດມະຫາວິທະຍາໄລແຫ່ງຊາດ ຫ້ອງປະຊຸມ L1 ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ເລກທີ 70/ສພຊ,ລົງວັນທີ 21 ມີຖຸນາ 2019 ໃຫ້ດຽດເປັນປະທານ ໂດຍທ່ານ ຮສ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີຜູ້ເຂົ້າຮ່ວມມີບັນດາຄູ-ອາຈານ ພະນັກງານ ແລະ ນັກສຶກສາທັງ 5 ພາກວິຊາເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຜີຍຄວາມຮູ້ກ່ຽວກັບກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ເລກທີ 70/ສພຊ,ລົງວັນທີ 21 ມີຖຸນາ 2019 ,ເຜີຍແຜ່ໂດຍ ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມນິຕິກຳກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ນອກຈາກນັ້ນທ່ານກໍ່ໄດ້ໃຫ້ຄຳແນະນຳນັກສຶກສາໃນການນຳໃຊ້ກົດໝາຍທີ່ດິນ,ພ້ອມກັນດຽວນັ້ນກໍ່ປະຊຸມເຜີຍແຜ່ກໍ່ຍັງໄດ້ສ້າງກິດຈະກຳຖາມ-ຕອບເພື່ອໃຫ້ນັກສຶກສາເຂົ້າໃຈກົດໝາຍທີ່ດິນໄດ້ຢ່າງຢ່າງເລີກເຊິ່ງອີກດ້ວຍ. …
ໃນຕອນບ່າຍ ຂອງວັນທີ31 ມີນາ 2021 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີຂະບວນການ ອອກແຮງງານອານາໄມ ແລະ ງານກິລາສາມັກຄີ ອ້ອມຂ້າງບໍລິເວນເຂດຄວາມຮັບຜິດຊອບ-ຫ້ອງການຂອງຕົນ ຊຶ່ງນໍາພາໂດຍ ສະຫາຍ ພູວົງ ວິໄລແສງ ຄະນະພັກ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງ, ມີບັນດາຄູອາຈານ-ພະນັກງານ,ນັກສຶກສາທີ່ເປັນສະມາຊິກຊາວໜຸ່ມທົ່ວຮາກຖານເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ ເຮັດໃຫ້ບໍລິເວນເຂດຄວາມຮັບຜິດຊອບ-ຫ້ອງການຂອງຕົນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ ຂຶ້ນກວ່າເກົ່າ ຫລັງຈາກນັ້ນ ບັນດາສະມາຊິກຊາວໜຸ່ມ ພະນັກງານ,ຄູ-ອາຈານເຂົ້າຮ່ວມແຂ່ງຂັນກິລາເປຕັງທີ່ເດີນກິລາເປຕັງ ຄນລ ການແຂ່ງຂັນກິລາເປຕັງຊິງຂັນທ່ານຄະນະພັກຮາກຖານຄນລ ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງປະຈຳປີ 2021, ຄັ້ງວັນທີ 31 ມີນາ 2021 ປະເພດແຂ່ງຂັນ: ທີມປະສົມຍິງ+ຊາຍ …
ໃນວັນທີ 16 ມີນາ 2021 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ – ມະຫາວິທະຍາໄລແຫ່ງຊາດ (ຄນລ) ໄດ້ຈັດພິທີປະກາດການຈັດຕັ້ງພາຍໃນ ຄນລ ຕໍາແໜ່ງປະເພດ 4-6 ໃຫ້ແກ່ພະນັກງານຄູອາຈານທັງໝົດ 17 ທ່ານ. ໂດຍການເປັນປະທານຂອງທ່ານ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ມີທ່ານ ຮອງຄະນະບໍດີ ທ່ານ ປອ ຊາຍຄໍາ ວັນນະໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ມະຫາວິທະຍາໄລແຫ່ງຊາດ ,ທ່ານຫົວໜ້າພາກວິຊາ,ຫົວໜ້າພະແນກ,ຫົວໜ້າສູນ ແລະ ພະນັກງານຄູອາຈານພາຍໃນຄະນະເຂົ້າຮ່ວມ. ໃນພິທີ່ທ່ານ ປອ ຊາຍຄຳ ວັນນະໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະ …
ວັນທີ 2 ມີນາ 2021 ຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ ບົດລາຍງານອັດຊ່ອງວ່າງບົດຄົ້ນຄ້ວາວິໄຈຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກຢູ່ໃນ ສປປ ລາວ ສຶກສາກໍລະນີນະໂຍບາຍການຈ້າງງານໃນກຸ່ມຄົນຫຼາກຫຼາຍທາງເພດ ຢູ່ ໃນ ສປປ ລາວ ໂດຍການເປັນປະທານ ຂອງ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີ ຮ່ວມ ເປັນປະທານ ມາດາມ ເຄຕີ້ ຮິດຈເຊີດ – ອໍານວຍການ ອົງການ ອອກສຟາມ ປະຈໍາ ສປປ ລາວ ມີບັນດາ ຄູ-ອາຈານ ພະນັກງານ …