ຄນລ ໄດ້ຈັດຕັ້ງພິທີມອບ- ຮັບພະນັກງານການນໍາຮັບອຸດໜູນບຳນານ ແລະ ໂອ້ລົມພະນັກງານ ຄູອາຈານຂອງ ຄະນະນິຕິສາດ ແລະ ລັດຖະສາດ,ວັນທີ 28 ມັງກອນ 2022

ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດຕັ້ງພິທີມອບ- ຮັບພະນັກງານການນໍາຮັບອຸດໜູນບຳນານ ແລະ ໂອ້ລົມພະນັກງານ ຄູອາຈານຂອງ ຄະນະນິຕິສາດ ແລະ ລັດຖະສາດ,ວັນທີ 28 ມັງກອນ 2022
ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີ ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ,ມີບັນດາທ່ານຮອງຄະນະບໍດີ,ຫົວໜ້າພາກວິຊາ,ຫົວໜ້າພະແນກ ແລະ ພະນັກງານຄູອາຈານພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ເຂົ້າຮ່ວມຢ່າງພ້ອມພຽງ

ໂອກາດດັ່ງກ່າວ ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊີ່ງທ່ານໄດ້ກ່າວຕໍ່ພິທີດັ່ງກ່າວ ເປັນພິທີທີ່ມີຄວາມໝາຍຄວາມສໍາຄັນ
ສະເໜີໃຫ້ບັນດາທ່ານພະນັກງານ-ຄູອາຈານຮີບຮ້ອນນໍາພາການເຄືອນໄຫວວຽກງານວິຊາການ ພາຍໃນຄະນະ ໃຫ້ດຳເນີນໄປເປັນປົກກະຕິ ຈົ່ງໄດ້ເພີ້ມຄວາມສາມັກຄີເປັນຈິດໜື່ງໃຈດຽວ ໃນການບຸກບືນສູ້ຊົນ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດອັນໃໝ່ ແລະ ມີຄຸນນະພາບ ສືບຕໍ່ຄົ້ນຄ້ວາ ປັບປຸງຫລັກສູດ ເອົາໃຈໃສຍົກລະດັບວິຊາການຕ່າງໆ ແລະ ຜັນຂະຫຍາຍແຜນການເຄື່ອນໄຫວວຽກງານໃຫ້ໄດ້ຮັບຜົນສຳເລັດ ແລະ ທ່ານ ຍັງໄດ້ຊົມເຊີຍ ຕໍ່ຜົນງານຕໍ່ພະນັກງານທີ່ອອກພັກການຮັບອຸດໜູນບຳນານ ເຖີງແມ່ນວ່າ ສະຫາຍ ເຖີງກະສຽນອາຍຸເຂົ້າພັກຜ່ອນຮັບອຸດໜູນບຳນານແລ້ວກໍ່ຕາມ ແຕ່ຜົນງານການເຄື່ອນໄຫວວຽກງານຢູ່ພາຍໃນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຍັງສະແດງໃຫ້ເຫັນຄົງໄວ້ ແລະ ບໍ່ຈາງຫາຍໄປ ແລະ ຈະສຶບຕໍ່ເປັນບົດຮຽນ ເປັນແບບຢ່າງ ໃຫ້ກັບພະນັງານ-ຄູອາຈານ ຮຸ້ນສຶບທອດ ໄດ້ສຶກສາຮຽນຮູ້ ເອົາບົດຮຽນ ແລະ ປະສົບການຂອງສະຫາຍ.