ກອງປະຊຸມວິຊາການໜ່ວຍວິຊາພາສາຕ່າງປະເທດ, ພາກວິຊາພົວພັນສາກົນ, ຄນລ
![](https://flp.nuol.edu.la/wp-content/uploads/2022/06/WhatsApp-Image-2022-06-25-at-11.13.44-AM.png)
ໃນລະຫວ່າງວັນທີ 21-23 ມີຖຸນາ 2022 ນີ້ ໜ່ວຍວິຊາພາສາຕ່າງປະເທດ, ພາກວິຊາພົວພັນສາກົນ, ຄນລ ໄດ້ຈັດກອງປະຊຸມແລກປ່ຽນການຮຽນການສອນພາສາຕ່າງປະເທດ; ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມລີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ໂດຍເປັນປະທານຂອງທ່ານ ປທ ບຸນຄົງ ເພັດດາວຮຸ່ງ ຮອງຄະນະບໍດີ ຄນລ, ມີບັນດາຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາພົວພັນສາກົນ ພ້ອມດ້ວຍບັນດາອາຈານທີ່ສອນພາສາຕ່າງປະເທດຢູ່ ຄນລ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລຈໍາປາສັກເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນການຮຽນການສອນພາສາຕ່າງປະເທດຈາກ ຄນລ ,ສະຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລຈໍາປາສັກ ເພື່ອເປັນການແລກປ່ຽນ,ປັບປຸງ ແລະ ເສີມຂະຫຍາຍຄວາມຮູ້ຄວາມສາມາດ,ປະສົບການດ້ານການສິດສອນເພື່ອໃຫ້ແທດເໝາະກັບສະພາບການຕົວຈິງໃນປະຈຸບັນ.
![](https://flp.nuol.edu.la/wp-content/uploads/2022/06/WhatsApp-Image-2022-06-25-at-11.13.44-AM.png)
![](https://flp.nuol.edu.la/wp-content/uploads/2022/06/WhatsApp-Image-2022-06-25-at-11.14.57-AM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2022/06/WhatsApp-Image-2022-06-25-at-11.14.58-AM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2022/06/WhatsApp-Image-2022-06-25-at-11.14.59-AM-1024x461.jpeg)
![](https://flp.nuol.edu.la/wp-content/uploads/2022/06/WhatsApp-Image-2022-06-25-at-11.15.34-AM-1024x768.jpeg)
![](https://flp.nuol.edu.la/wp-content/uploads/2022/06/WhatsApp-Image-2022-06-25-at-11.16.01-AM-1024x461.jpeg)