ໃນວັນທີ 16 ມີນາ 2021 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ – ມະຫາວິທະຍາໄລແຫ່ງຊາດ (ຄນລ) ໄດ້ຈັດພິທີປະກາດການຈັດຕັ້ງພາຍໃນ ຄນລ ຕໍາແໜ່ງປະເພດ 4-6 ໃຫ້ແກ່ພະນັກງານຄູອາຈານທັງໝົດ 17 ທ່ານ. ໂດຍການເປັນປະທານຂອງທ່ານ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ມີທ່ານ ຮອງຄະນະບໍດີ ທ່ານ ປອ ຊາຍຄໍາ ວັນນະໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ມະຫາວິທະຍາໄລແຫ່ງຊາດ ,ທ່ານຫົວໜ້າພາກວິຊາ,ຫົວໜ້າພະແນກ,ຫົວໜ້າສູນ ແລະ ພະນັກງານຄູອາຈານພາຍໃນຄະນະເຂົ້າຮ່ວມ. ໃນພິທີ່ທ່ານ ປອ ຊາຍຄຳ ວັນນະໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະ …
ວັນທີ 2 ມີນາ 2021 ຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ ບົດລາຍງານອັດຊ່ອງວ່າງບົດຄົ້ນຄ້ວາວິໄຈຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກຢູ່ໃນ ສປປ ລາວ ສຶກສາກໍລະນີນະໂຍບາຍການຈ້າງງານໃນກຸ່ມຄົນຫຼາກຫຼາຍທາງເພດ ຢູ່ ໃນ ສປປ ລາວ ໂດຍການເປັນປະທານ ຂອງ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີ ຮ່ວມ ເປັນປະທານ ມາດາມ ເຄຕີ້ ຮິດຈເຊີດ – ອໍານວຍການ ອົງການ ອອກສຟາມ ປະຈໍາ ສປປ ລາວ ມີບັນດາ ຄູ-ອາຈານ ພະນັກງານ …
ໃນຕອນເຊົ້າຂອງວັນທີ 09/03/2021 ຄະນະນຳ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ເຂົ້າຊົມຫໍພິພິດຕະພັນ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ເນື່ອງໃນໂອກາດວັນແມ່ຍິງສາກົນຄົບຮອບ 111 ປີ ນໍາໂດຍ ທ່ານ ຮສ ວຽງວິໄລ ທ່ຽງຈັນ ເລຂາ ຄະນະພັກຮາກຖານ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ຈຸດປະສົງຂອງການໄປທັດສະນະຄັ້ງນີ້ ກໍ່ເພື່ອເປັນການລະນຶກເຖີງຄຸນງາມຄວາມດີທີ່ທ່ານໄດ້ອຸທິດຊິວີດສຸມທົບສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ມີຄວາມເຂັ້ມແຮງຕະຫລອດມາ ແລະເພື່ອສະແດງເຖີງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນ …
ໃນຕອນບ່າຍວັນທີ 3 ມີນາ 2021 ນີ້, ສະຫະພັນແມ່ຍິງຮາກຖານ ສາມອົງການຈັດຕັ້ງມະຫາຊົນ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ອອກແຮງງານລວມ,ອະນາໄມລວມຕາມຂອບເຂດແບ່ງປັນຂອງ ແຕ່ລະຕຶກທີ່ຕົນເອງຮັບຜິດຊອບ ແລະ ບໍລິເວນອ້ອມຂ້າງພາຍໃນຄະນະ. ໂດຍການກ່າວເປີດຂອງທ່ານ ຮສ ປທ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມຊ, ໃນພິທີມີທ່ານ ນາງ ທັດສະນາລອນ ສີສຸນ໌ນ ປະທານສະຫະພັນແມ່ຍິງ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ, ມີທ່ານ ປທ ບຸນຄົງ ເພັດດາວຮຸ່ງ , ຮອງຄະນະບໍດີ ຄນລ, ມີບັນດຫົວໜ້າພະແນກ ພ້ອມດ້ວຍພະນັກງານ, ຄູ-ອາຈານ …
ວັນທີ 2 ມີນາ 2021 ບໍລິສັດເອັມພາຍການຄ້າຂາອອກ-ຂາເຂົ້າ ຈໍາກັດພຽງຜູ້ດຽວໄດ້ມອບນໍ້າດື່ມຈໍານວນ 30 ແພັກ ໃຫ້ ຄນລ ,ເປັນກຽດມອບໂດຍ ທ່ານ ພັນຕີ ພອນໄຊ ວົງທອງຄໍາ ອະດິດ ນັກສຶກສາ ຄນລ ຕ່າງຫນ້າ ຄນລ ຮັບເອົານໍ້າດື່ມ ເຟດຊີ ໂດຍ ທ່ານ ພູວົງ ວິໄລແສງ ຮອງຄະນະບໍດີ ຄນລ ມຊ ,ເພື່ອໃຊ້ເຂົ້າໃນໄລຍະການຊ້ອມຕະຫລອດຮອດການແຂ່ງຂັນກິລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ ສົກສຶກສາ 2020-2021
ໃນຕອນບ່າຍວັນທີ 12 ກຸມພາ 2020 ນີ້, ຄະນະນິຕິສາດ ແລະລັດຖະສາດ(ຄນລ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບຫ້ອງເຝິກອົບຮົມຂຶ້ນທີ່ ຄະນະຂອງຕົນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ແຊມ ເຊເຣນເນີ(Sam Schreiner) ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ທ່ານຜູ້ຕາງໜ້າໂຄງການອົງການລຸກຊຳບວກ, ທ່ານຫົວໜ້າທີ່ປຶກສາໂຄງການພັດທະນາ ລຸກຊຳບວກ ລາວ/031, ມີທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມີບັນດາທ່ານຄະນະບໍດີ, ຮອງຄະນະບໍດີ, ຄະນະບໍລິຫານໂຄງການ, ຫົວໜ້າຫ້ອງການ, ຫົວໜ້າພາກວິຊາ, ຫົວໜ້າພະແນກ …
ວັນທີ 18/7/2019 ພາກວິຊາກົດໝາຍແພ່ງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຂອງພາກຕົນຂື້ນໂດຍເປັນປະທານຂອງ ທ່ານ ປທ ວິໄຊ ສີຫາປັນຢາ ຫົວໜ້າພາກວິຊາກົດໝາຍແພ່ງ,ພ້ອມດ້ວຍພະນັກງານເຂົ້າຮ່ວມພາຍໃນພາກຢ່າງພ້ອມພຽງ,ເຊີ່ງມີ 8 ວຽກຄື 1 ທົບທວນພາລະບົດບາດຂອງອາຈານແຕ່ລະທ່ານ 2. ແຜນກອງປະຊຸມສ້າງແຜນການສອນ 3. ຫລັກສູດໃຫມ່ 4. ບົດສະຫລຸບ 2018-2019 ແຜນການ 2019-2020. ເລືອກຕົວເດັ່ນ 6. ຄາລະວານໄປອັດຕະປື 7. ວຽກການສິດສອນ, ສອບເສັງ, ປ້ອງກັບບົດ ແລະສົ່ງຄະແນນ ທຸກວິຊາບໍ່ໃຫ້ກາຍວັນທີ 15/8/2019. ວຽກງານອື່ນໆ