ໃນຕອນເຊົ້າ ວັນທີ 25 ທັນວາ 2023 ນີ້, ຄະນະນິຕິສາດ ແລະ ລັດຖະສາດ (ມຊ) ໄດ້ຈັດກອງປະຊຸມລົງຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫ່ຍຄະນະພັກຮາກຖານ ຄະນະນິຕິສາດ ແລະ ລັດຖະສາດ,ປະກາດການຈັດຕັ້ງຫົວໜ້າພາກວິຊາກົດໝາຍທຸລະກິດ ແລະ ທາບທາມຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ທີ່ຫ້ອງປະຊຸມL1ຊັ້ນ II ຄນລ. ໂດຍການເປັນປະທານຮ່ວມຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ, ມີບັນດາ ທ່ານ ຮອງຄະນະບໍດີ, ຫົວໜ້າພາກວິຊາ,ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫ້ອງການຈັດຕັ້ງຄຸ້ມຄອງພະນັກງານ …
ວັນທີ 16 ທັນວາ 2023 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ການອອກແຮງງານວັນເສົາແດງສ້າງຂະບວນ ແລະ ການຂ່ໍານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຄະນະພັກຮາກຖານ ຂັ້ນຫນ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ຮາກຖານ ຄນລ ໂດຍເຂົ້າຮ່ວມຂອງ ທ່ານ ຮສ.ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ມີບັນດາທ່ານຮອງຄະນະບໍດີ ບັນດາສະມາຊິກພັກ ແລະ ສາມອົງການຈັດຕັ້ງ (ກໍາມະບານ, ແມ່ຍິງ, ຊາວຫນຸ່ມ) ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທົ່ວຮາກຖານຄະນະນິຕິສາດ ແລະ ລັດຖະສາດ ຈຸດປະສົງ ເພື່ອເປັນການສ້າງຂະບວນການອອກແຮງງານເພື່ອຂໍ່ານັບຮັບຕ້ອນກອງ …
ວັນທີ 15 ທັນວາ 2023 ຄະນະນິຕິສາດ ແລະ ລັດຖະສາດ (ມຊ) ໄດ້ຈັດກອງ ປະຊຸມເຜີຍແຜ່ການຄົ້ນຄ້ວາວິທະຍາສາດທາງດ້ານສັງຄົມ-ກົດໝາຍ ຄັ້ງທີ V ເຂົ້າຮ່ວມໂດຍ ທ່ານ ຮອງສາດສະດາຈານ ປະລິນຍາເອກ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ ໃນນາມປະທານ ກິດຕິມະສັກ,ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ (ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ) ປະທານ ກອງປະຊຸມ, ເຂົ້າຮ່ວມຂອງ ທ່ານ ນ …
ວັນທີ 11-13 ທັນວາ 2023 ທີ່ຄະນະນິິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການຈັດການຮຽນ-ການສອນແບບເອເລັກໂຕຣນິກ (E- learning ) ເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ,ມີບັນດາທ່ານ ຮອງຄະນະບໍດີ ,ຫົວໜ້າພາກວິຊາ,ຫົວໜ້າພະແນກ,ພະນັກງານ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ເພື່ອ ເຮັດໃຫ້ພະນັກງານຄູອາຈານ ເຂົ້າໃຈເຖີງການນໍາໃຊ້ໂປຣແກຣມການຮຽນການສອນ ແລະ ມີຄວາມສຳນີ້ສຳນານຫລາຍຂື້ນ ນອກຈາກນັ້ນໃນກອງປະຊຸມຍັງໄດ້ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງການຮຽນການສອນແບບເອເລັກໂຕຣນິກສຳຫລັບລາຍວິຊາລາວສຶກສາ 02 ລວມທັງຂໍ້້ສະດວກ,ຂໍ້ຫຍຸງຍາກ ,ຂໍ້ສະເໜີ ໂດຍ ອາຈານ ສີພອນ ວົງຫາລາດ, ໄດ້ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງການຮຽນການສອນແບບເອເລັກໂຕຣນິກສຳຫລັບລາຍວິຊາຈິດຕະວິທະຍາ …
ກອງປະຊຸມຂອງຄະນະບໍລິຫານ ແລະ ຄຸ້ມຄອງໂຄງການ (ໂຄງການ ລາວ/037) ປະຈໍາໄຕມາດ 4 ປະຈໍາປີ 2023 (ຄນລ ມຊ, ກະຊວງຍຸຕິທໍາ, ILSTA ແລະ ໂຄງການພັດທະນາລຸກຊໍາບວກ ລາວ/037), ເຊິ່ງຈັດຂື້ນໃນວັນພະຫັດ ທີ 7 ທັນວາ 2023 ທີ່ ຄນລ
ວັນທີ 11 ທັນວາ 2023 ທີ່ຜ່ານມາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫາງຊາດໄດ້ການຕ້ອນຮັບຄະນະອາຈານຈາກ ມະຫາວິທະຍາໄລລາດຊະພັດ ສຸຣາດທານີ ປະເທດໄທ ທີ່ ເດີນທາງມາຢ້ຽມຢາມແລກປ່ຽນວິຊາການ ກັບ ຄນລ ມຊ ພວກເຮົາ ໂດຍເປັນກຽດຕ້ອນຮັບ ຈາກ ທ່ານ ອຈ ບຸນຄົງ ເພັດດາວຮຸ່ງ ຮອງຄະນະບໍດີ ພ້ອມດ້ວຍຄະນະ ຈາກ ຄນລ ມຊ, ຝ່າຍໄທ ນໍາທີມໂດຍ ທ່ານ ຜູ້ຊ່ວຍສາດສະດາຈານ ດຣ ສະເຫນ່ ບຸນກໍາເນີດ ຮອງອະທິການບໍດີ ມະຫາວິທະຍາໄລລາດຊະພັດ ສຸຣາດທານີ ປະເທດໄທ …
ວັນທີ 05 ທັນວາ 2023 ທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວິຊາການ ມະຫາວິທະຍາໄລແຫ່ງຊາດ ໃຫ້ແກ່ຄູ-ອາຈານ ທັງໝົດຂອງ ຄນລ ທີ່ຫ້ອງປະຊຸມ L1 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ອຈ.ປທ. ທັດສະນາລອນ ສີສຸນ໌ນ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລ
ຫົວຂໍ້ : ຄວາມເປັນທຳຕໍ່ການປ່ຽນແປງດິນຟ້າອາກາາດ ສຶກສາປຽບທຽບການເອົາໃຈໃສ່ຕໍ່ປະຊາຊົນເຜົ້າມົ້ງ,ກົມມຸ,ພ້ອງ ແລະ ຊິງມູນ ຢູ່ແຂວງ ຫົວພັນ ແລະ ຊົນເຜົ້າ ສະດາງ,ເຈັງ,ຮ່າຮັກ ແລະ ໂອ້ຍ ແຂວງ ອັດຕະປື ໃນວັນທີ 29 ພະຈິກ 2023 ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາວິທະຍາສາດ ພາຍໃຕ້ຫົວຂໍ້: ຄວາມເປັນທຳຕໍ່ການປ່ຽນແປງດິນຟ້າອາກາາດ ສຶກສາປຽບທຽບການເອົາໃຈໃສ່ຕໍ່ປະຊາຊົນເຜົ້າມົ້ງ,ກົມມຸ,ພ້ອງ ແລະ ຊິງມູນ ຢູ່ແຂວງ ຫົວພັນ ແລະ ຊົນເຜົ້າ ສະດາງ,ເຈັງ,ຮ່າຮັກ ແລະ ໂອ້ຍ ແຂວງ ອັດຕະປື, ເຊີ່ງນຳພາໂດຍ ທ່ານ ອຈ.ປອ. …
ໃນວັນທີ 27 ພະຈິກ – 01 ທັນວາ 2023 ນີ້, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມສຳມະນາການຝຶກອົບຮົມວຽກງານຄົ້ນຄ້ວາວິທະຍາສາດ-ວິທິການຄົ້ນຄ້ວາວິທະຍາສາດທາງດ້ານສັງຄົມ ແລະ ກົດໝາຍໃນຮູບແບບຄຸນນະພາບ,ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ,ເມືອງແກ້ວອຸດົມ,ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ,ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 20-23 ພະຈິກ 2023 , ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມວຽກງານຄຸ້ມຄອງນັກສຶກສາ ຂອງຄະນະນິຕິສາດ ແລະ ລັດຖະສາດ ແລະ ເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງນັກສຶກສາ ມຊ ທີ່ລີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ອຈ. ປທ. ບຸນຄົງ ເພັດດາວຮຸ່ງ ຮອງຄະນະບໍດີ ຄນລ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າພາກວິຊາ,ຮອງຫົວໜ້າພາກວິຊາ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ,ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.